ການພັດທະນາຜະລິດຕະພັນຢາຮູບແບບໃດໜື່ງ ໂດຍການປະຍຸກໃຊ້ຄວາມຮູ້ຈາກການຮຽນ pharm-tech 1,pharm-tech 2, pharm-tech 3 ແລະ pharm-tech 4
nanotechnology.jpgnanotechnology.jpg
ການພັດທະນາຜະລິດຕະພັນຢາ ແລະ ເຄື່ອງສຳອາງໃຫ້ຢູ່ໃນຮູບແບບອະນຸພາກລະດັບນາໂນ
index.jpgindex.jpg

ນິຍາມ, ຂໍ້ຄວນຄຳໜຶ່ງໃນການພັດທະນາເຄື່ອງສຳອາງ ແລະ ເວດສຳອາງ, ສະຫຼາກ ແລະ ພາຊະນະບັນຈຸ, ເທັກນິກໃນການສ້າງ ແລະ ປຸງແຕ່ງຕຳລາເຄື່ອງສຳອາງ ແລະ ເວດສຳອາງ, ການປະເມີນຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພຂອງຜະລິດຕະພັນສຳຫລັບຜີວໜັງ. ກາຍຍະວິພາກສາດຂອງຜີວໜັງ, ຜະລິດຕະພັນທຳຄວາມສະອາດ, ຜະລິດຕະພັນບຳລຸງຜີວໜັງ ແລະ ລົດຮອງຮ້ອຍແຮ້ວຍານ, ຜະລິດຕະພັນປ້ອງກັນແສງແດດ, ຜະລິດຕະພັນຫຼຸດຈຸດດ່າງດຳ, ຜະລິດຕະພັນສຳຫລັບສຸຂະອານາໄມ (ຢາຖູແຂ້ວ, ນໍ້າຢາບ້ວນປາກ ແລະ ຜະລິດຕະພັນກຳຈັດຂົນ), ຜະລິດຕະພັນສຳຫລັບຜົມ, ກາຍຍະວິພາກ ແລະ ສະລິລະວິທະຍາຂອງເສັ້ນຜົມ, ແຊມພູສະຜົມ, ນໍ້າມັນ​ຫອມ​ນວດ​ຕົວ, ການບຳບັດດ້ວຍກີ່ນຫອມຈາກທຳມະຊາດ (Aromatherapy) ແລະ ຜະລິດຕະພັນນ້ຳມັນຫອມລະເຫີຍທີ່ໃຊ້ໃນການບຳບັດສຸຂະພາບ (Aromatherapy Products)

Sterile products.pngSterile products.png

ອະທິບາຍຫຼັກການພື້ນຖານຂອງການນໍາສົ່ງຢຊະນິດຕ່າງໆ. ມີຄວາມຮູ້ກ່ຽວກັບຢານ້ຳປາສະຈາກເຊື້ອ, ຢາສັກສົ່ງທາງຫຼອດເລືອດດຳ, ໄພໂຣເຈນ, ເຄື່ອງບັນຈຸຢາສັກ, ຢາຢອດຕາ ແລະ ຢາຝຸ່ນຝອຍ ສາມາດອະທິບາຍຂັ້ນຕອນໃນການຜະລິດຢາແຕ່ລະຮູບແບໃນຂໍ້ທີ່ກ່າວມາຂ້າງເທີງນີ້ ພ້ອມດ້ວຍການນຳໃຊ້ອຸປະກອນ. ນໍາຄວາມຮູ້ທາງເພສັຊກັມ ແລະ ເທັກໂນໂລຢີຕ່າງໆມາປະຍຸກໃຊ້ເຂົ້າໃນການຕັ້ງສູດຕຳລາຢາກຽມໃນຮູບແບບຢານ້ຳປາສະຈາກເຊື້ອ, ການວິເຄາະຫາຕຳລາຢາຕ່າງໆປຽບທຽບກັນ, ການຝືກທັກສະ, ການຕັ້ງຕຳລາ, ການປັບປຸງແກ້ໄຂ ແລະ ການປະເມີນຄຸນນະພາບຂອງຕຳລາຢາ. ສັງເກດ, ຈົດບັນທຶກຜົນ, ວິຈານ ແລະ ປະເມີນຜົນການທົດລອງໃນການປະຕິບັດໄດ້ຖືກຕ້ອງ. ມີທັກສະໃນທາງປະຕິບັດ ແລະ ຄຸ້ນເຄີຍກັບອຸປະກອນທີ່ໃຊ້ໃນການປຸງແຕ່ງຢາໃນຮູບແບບຂອງແຂງ.

รูปแบบยาเตรียม-01.jpgรูปแบบยาเตรียม-01.jpg

ພາຍຫຼັງຮຽນຈົບວິຊານີ້ແລ້ວນັກສຶກສາສາມາດ:

          - ເຂົ້າໃຈທິດສະດີ ແລະ ຫຼັກການທາງຟີຊິກ-ເຄມີ ເພື່ອນຳໄປສູ່ການຕັ້ງຕຳລາຢາ.

          - ການຄຳນວນ ແລະ ແລກປ່ຽນຫົວໜ່ວຍທາງເພສັຊກັມ ແລະ ຮູ້ຄໍາສັບທີ່ໃຊ້ການຕັ້ງຕຳລາຢາໃນໃບສັ່ງຢາ.

         - ເຂົ້າໃຈການນຳໃຊ້ເພສັຊຕຳລາ (pharmacopoeia), ເທັກນິກເບື້ອງຕົ້ນໃນການປຸງແຕ່ງຢາໃນຮູບແບບຕ່າງໆ.

          - ຈຳແນກປະເພດຂອງຢາ, ຊະນິດຂອງຢາພ້ອມທັງເຂົ້າໃຈຂະບວນການຜະລິດຢາ.

         - ມີທັກສະ ແລະ ຫຼັກການປະຕິບັດທີ່ດີໃນການຜະລິດຢາໃນຮູບແບບຂອງແຫຼວເປັນຕົ້ນແມ່ນຢານ້ຳໃສ ແລະ ຢານ້ຳໃສເຂັ້ມຂຸ້ນ.

          - ເທັກໂນໂລຢີ ຂອງອະນຸພາກຂະໜາດນ້ອຍ, ຄວາມບໍ່ເພິ່ງປະສົງ ແລະ ຄວາມຄົງຕົວທາງເຄມີຂອງຢາ.