ສຶກສາກຽ່ວກັບທິດສະດີຫລັກການ ແລະການນຳໃຊ້ເຄື່ອງມືວິທະຍາສາດໃນການວິເຄາະເພສັຊພັນດ້ວຍວິທີການຕ່າງໆເຊັ່ນ UVVisible spectrophotometer, Infared Spectroscopy, Fiber optics spectrophotometer, Flow injection analysis, Nuclear magnetic resonance, Mass spectrometry, Atomic absorption and emission spectroscopy, Polarimetry, refractometry , ວິທີການແຍກສານດ້ວຍເທັກນິກ Chromatography ຊະນິດຕ່າງໆເຊັ່ນ HPLC,PP,CC, TLC, GC
- Enseignant: Sysay Palamy

ອະທິບາຍຄຸນສົມບັດທາງຟີຊິກ-ເຄມີຂອງຝຸ່ນຢາທີ່ມີຕໍ່ການຕັ້ງຕຳລາຢາ,
ຄວາມຄົງຕົວຂອງ ຜະລິດຕະພັນທີ່ແຕ່ງຂຶ້ນ
ລວມທັງວິທີການກວດສອບຄຸນສົມບັດດັ່ງກ່າວ.- ອະທິບາຍຫຼັກການຕັ້ງຕຳລາຢາໃນຮູບແບບຂອງແຂງໄດ້ແກ່ ຢາຝຸ່ນ, ຢາຝຸ່ນຟອງຟູ່, ຢາແກຼນູນ, ຢາເມັດ, ຢາເມັດ ເຄືອບນ້ຳຕານ, ຢາເມັດເຄືອບຟີມ ແລະ ຢາແຄບຊູນ ແລະ ຢາອອກລິດດົນ.
- ມີທັກສະ ແລະ ຫຼັກການປະຕິບັດທີ່ດີໃນການຜະລິດ ຜະລິດຕະພັນໃນຮູບແບບຂອງແຂງ ສາມາດປຸງແຕ່ງຢາດັ່ງກ່າວ ໄດ້ຖືກຕ້ອງຕາມຂັ້ນຕອນຕ່າງໆ ຕັ້ງແຕ່ງການກະກຽມວັດຖຸດິບ, ການປະສົມ, ການເຮັດໃຫ້ແຫ້ງ, ການເຮັດແກຼນູນ, ການຕຳເມັດ, ການບັນຈຸແຄບຊູນ ແລະ ການເຄືອບເມັດຢາ
- ສັງເກດ, ຈົດບັນທຶກຜົນ, ວິຈານ ແລະ ປະເມິນຜົນການທົດລອງໃນການປະຕິບັດໄດ້ຖືກຕ້ອງ
- ມີທັກສະໃນທາງປະຕິບັດແລະຄຸ້ນເຄີຍກັບອຸປະກອນທີ່ໃຊ້ໃນການປຸງແຕ່ງຢາໃນຮູບແບບຂອງແຂງ.
- ອະທິບາຍຫຼັກການພື້ນຖານຂອງລະບົບນຳສົ່ງຢາຊະນິດຕ່າງໆ ແລະ ຢາອອກລິດດົນ.
- Enseignant: kouherr waxeng
Principle of spectroscopy and chromatography techniques and method of validation of analysis