ຫໍສະໝຸດ​ກາງ ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1996 ​ໂດຍ​ສືບ​ທອດ​ເອົາຊັບພະຍາກອນ​ຫ້ອງ​ສະໝຸດ​ທີ່​ສ້າງ​ຂຶ້ນ​ໃນ​ປີ 1960

​ໃນ​ເວລາ​ນັ້ນ ຫ້ອງ​ສະໝຸດ​ໄດ້​ແບ່ງ​ອອກ​ເປັນ 2 ພາກສ່ວນ​ໃຫຍ່ ຄື: ຫ້ອງ​ສະໝຸດ​ພະ​ແນ​ກພາສາ​ອັງກິດ ​ແລະ​ ຫ້ອງ​ສະໝຸດ​ວິທະຍາ​ໄລ​ ເຊີ່ງ​​​ໄດ້ໃຫ້ບໍລິການ​ປຶ້ມ, ວາລະສານ, ໜັງສືພິມ ​ແລະ ຂໍ້​ມູນ​ຕ່າງໆ ທີ່​ຕອບ​ສະໜອງ​ໃຫ້​ວຽກ​ງານ ການ​ຮຽນ-ການ​ສອນ. ການ​ບໍລິການ​ສ່ວນ​ໜຶ່ງ​ອາ​ນຸຍາດ​ໃຫ້​ນັກ​ສຶກສາ​ສາມາດ​ຢືມ​ປຶ້ມ​ໄປ​ໃຊ້​ຕະຫລອດ​ສົກຮຽນ​ໄດ້ ທ້າຍ​ປີຮຽນ​ຈິ່ງ​ນຳ​ເອົາ​ປຶ້ມມາ​ສົ່ງ.

ໃນ​ປີ 1984 ຫໍສະໝຸດ​ໄດ້​ຍ້າຍ​ຈາກ​ຕຶກ​ຫລັງຄາ​ແດງ​ມາ​ຕັ້ງ​ຢູ່​ບໍລິ​ເວນ​ເຄີ່ງ​ໜຶ່ງ​ຂອງ​ຊັ້ນ​ທີ 2. ໃນການພັດທະນາວຽກງານ ແລະ ວິຊາການຫ້ອງສະໝຸດ ພວກເຮົາກໍໄດ້ຮັບ ການຊ່ວຍເຫຼືອຈາກພາຍໃນ ແລະ ສາກົນ ເຊັ່ນ ປີ 1988-90 ມີ ຊ່ຽວຊານ​ອາສາ​ສະໝັກ​ຈາກ​ ປະ​ເທດອົດ​ສະ​ຕາ​ລີ 1 ທ່ານ ​ຊື່ Cathy Robertson ມາ​ເຮັດ​ວຽກ​ກ່ຽວ​ກັບ​ວຽກ​ງານ​ຫ້ອງ​ສະໝຸດ​ໂດຍ​ສະ​ເພາະ​ ເປັນ​ເວລາ 2 ປີ.

ແຕ່ປີ 1992-93 ທາງ​ມະຫາ​ວິທະຍາ​ໄລ​ສ້າງຄູ​ວຽງ​ຈັນ ກໍ​ຄື​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ກໍ່ສ້າງ​ອາຄານ​ຫໍສະໝຸດ​ຫລັງ​ໃໝ່​ຈາກ​ສາກົນ ​ໂດຍ​ແມ່ນ​ທຶນ​ຊ່ວຍ​ເຫລືອ​ປຸກ​ສ້າງ​ຂອງ​ໂຄງການ UNESCO-AGFUND ອາຄານ​ດັ່ງ​ກ່າວ​ໄດ້​ສ້າງ​ສຳ​ເລັດ​ທ້າຍ​ປີ 1993 ​ແລະ ໄດ້​ເປີດ​​ໃຫ້ບໍລິການ​ໃນ​ ວັນ​ທີ 01.01.1994 ​ຢ່າງ​ເປັນ​ທາງ​ການ.

ປີ 1995 ຄຽງ​ຄູ່​ກັບ​ການ​ສ້າງ​ຕັ້ງມະຫາວິທະຍາ​ໄລແຫ່ງ​ຊາດ ​​​ເຊິ່ງ​ໄດ້​ຮວບ​ຮວມ​ເອົາ ບັນດາ​ວິທະຍາ​ໄລ ​ແລະ ສະ​ຖາ​ບັນ​ຊັ້ນ​ສູງ​ອື່ນໆ​ພາຍ​ໃນ​ເທດສະບານ​ເຂົ້າກັນ​. ສ່ວນຫ້ອງ​ສະໝຸດ​ຂອງ​ມະຫາວິທະຍາ​ໄລ​ສ້າງ​ຄູ​ວຽງ​ຈັນ ​ໃນ​ເມື່ອ​ກ່ອນ ​ກໍ​ໄດ້​ຖືກ​ຮັບຮອງ​ຈາກ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໃຫ້​ເປັນ​ຫໍສະໝຸດ​ກາງ ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຢ່າງ​ເປັນ​ທາງ​ການ​ຈົນ​ເຖີງປະຈຸ​ບັນ.


ການສໍ າຫລວດຄ ງນີ ຈັ ດຂຶ ນໂດຍ ບໍ ລິ ສັ  ກະລ ນາ ຈໍ າກັ ດຜູ້ ດຽວ, ເພື ອສຶ ກສາຄວາມພຶ ງພໍ ໃຈຂອງພະນັ ກງານ ໃນສົ ກປີ 2020. ຄື ກັ 

ປີ ທ່ີ ຜ່ ານມາ, ພວກເຮົ າສັ ນຍາວ່ າຈະບ່ໍ ເປີ ດເຜີ ຍຂໍ້ ມູ ນລະອຽດທ່ີ ໄດ້ ຈາກການສໍ າຫລວດນ້ ແຕ່ ຈະເອົ າໄປສັ ງລວມ, ວິ ເຄາະ ແລະ

ລາຍງານເປັ ນຕົ ວເລກລວມເພື່ ອຂຽນໃສ່ບົ ດລາຍງານ. ນອກຈາກນັ້ , ບໍ ລິ ສັ ພີ ທີ ທີ (ລາວ) ຈໍ າກັ ຍັ ງໄດ້ ເຊັ ນຂໍ້  ຕົ  ກລົ  ງການບໍ່  ເອົ  ຄວາມນໍ າພະນັ ກງານໄວ້ ນໍ າອີ . ດ່ັ ງນັ້ , ຈຶ່ ງຂໍ ໃຫ້ ທ່ ານຈົ່ ງວາງໃຈ ແລະ ຕອບແບບສອບຖາມຂອງພວກເຮົ າດ້ ວຍຄວາມຕົ ງໄປ-ຕົ ມາດ້ ວຍ.