
ຫໍສະໝຸດກາງ ສ້າງຕັ້ງຂຶ້ນໃນປີ 1996 ໂດຍສືບທອດເອົາຊັບພະຍາກອນຫ້ອງສະໝຸດທີ່ສ້າງຂຶ້ນໃນປີ 1960
ໃນເວລານັ້ນ ຫ້ອງສະໝຸດໄດ້ແບ່ງອອກເປັນ 2 ພາກສ່ວນໃຫຍ່ ຄື: ຫ້ອງສະໝຸດພະແນກພາສາອັງກິດ ແລະ ຫ້ອງສະໝຸດວິທະຍາໄລ ເຊີ່ງໄດ້ໃຫ້ບໍລິການປຶ້ມ, ວາລະສານ, ໜັງສືພິມ ແລະ ຂໍ້ມູນຕ່າງໆ ທີ່ຕອບສະໜອງໃຫ້ວຽກງານ ການຮຽນ-ການສອນ. ການບໍລິການສ່ວນໜຶ່ງອານຸຍາດໃຫ້ນັກສຶກສາສາມາດຢືມປຶ້ມໄປໃຊ້ຕະຫລອດສົກຮຽນໄດ້ ທ້າຍປີຮຽນຈິ່ງນຳເອົາປຶ້ມມາສົ່ງ.
ໃນປີ 1984 ຫໍສະໝຸດໄດ້ຍ້າຍຈາກຕຶກຫລັງຄາແດງມາຕັ້ງຢູ່ບໍລິເວນເຄີ່ງໜຶ່ງຂອງຊັ້ນທີ 2. ໃນການພັດທະນາວຽກງານ ແລະ ວິຊາການຫ້ອງສະໝຸດ ພວກເຮົາກໍໄດ້ຮັບ ການຊ່ວຍເຫຼືອຈາກພາຍໃນ ແລະ ສາກົນ ເຊັ່ນ ປີ 1988-90 ມີ ຊ່ຽວຊານອາສາສະໝັກຈາກ ປະເທດອົດສະຕາລີ 1 ທ່ານ ຊື່ Cathy Robertson ມາເຮັດວຽກກ່ຽວກັບວຽກງານຫ້ອງສະໝຸດໂດຍສະເພາະ ເປັນເວລາ 2 ປີ.
ແຕ່ປີ 1992-93 ທາງມະຫາວິທະຍາໄລສ້າງຄູວຽງຈັນ ກໍຄືກະຊວງສຶກສາທິການ ແລະ ກິລາໄດ້ຮັບທຶນຊ່ວຍເຫລືອກໍ່ສ້າງອາຄານຫໍສະໝຸດຫລັງໃໝ່ຈາກສາກົນ ໂດຍແມ່ນທຶນຊ່ວຍເຫລືອປຸກສ້າງຂອງໂຄງການ UNESCO-AGFUND ອາຄານດັ່ງກ່າວໄດ້ສ້າງສຳເລັດທ້າຍປີ 1993 ແລະ ໄດ້ເປີດໃຫ້ບໍລິການໃນ ວັນທີ 01.01.1994 ຢ່າງເປັນທາງການ.
ປີ 1995 ຄຽງຄູ່ກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ເຊິ່ງໄດ້ຮວບຮວມເອົາ ບັນດາວິທະຍາໄລ ແລະ ສະຖາບັນຊັ້ນສູງອື່ນໆພາຍໃນເທດສະບານເຂົ້າກັນ. ສ່ວນຫ້ອງສະໝຸດຂອງມະຫາວິທະຍາໄລສ້າງຄູວຽງຈັນ ໃນເມື່ອກ່ອນ ກໍໄດ້ຖືກຮັບຮອງຈາກ ກະຊວງສຶກສາທິການ ແລະ ກິລາ ໃຫ້ເປັນຫໍສະໝຸດກາງ ຂອງມະຫາວິທະຍາໄລແຫ່ງຊາດຢ່າງເປັນທາງການຈົນເຖີງປະຈຸບັນ.
- Enseignant: keena INTHAVONG

ການສໍ າຫລວດຄ້ັ ງນີ້ ຈັ ດຂຶ້ ນໂດຍ ບໍ ລິ ສັ ດ ກະລຸ ນາ ຈໍ າກັ ດຜູ້ ດຽວ, ເພື່ ອສຶ ກສາຄວາມພຶ ງພໍ ໃຈຂອງພະນັ ກງານ ໃນສົ ກປີ 2020. ຄື ກັ ບ
ປີ ທ່ີ ຜ່ ານມາ, ພວກເຮົ າສັ ນຍາວ່ າຈະບ່ໍ ເປີ ດເຜີ ຍຂໍ້ ມູ ນລະອຽດທ່ີ ໄດ້ ຈາກການສໍ າຫລວດນ້ ແຕ່ ຈະເອົ າໄປສັ ງລວມ, ວິ ເຄາະ ແລະ
ລາຍງານເປັ ນຕົ ວເລກລວມເພື່ ອຂຽນໃສ່ບົ ດລາຍງານ. ນອກຈາກນັ້ ນ, ບໍ ລິ ສັ ດ ພີ ທີ ທີ (ລາວ) ຈໍ າກັ ດ ຍັ ງໄດ້ ເຊັ ນຂໍ້ ຕົ ກລົ ງການບໍ່ ເອົ າ ຄວາມນໍ າພະນັ ກງານໄວ້ ນໍ າອີ ກ. ດ່ັ ງນັ້ ນ, ຈຶ່ ງຂໍ ໃຫ້ ທ່ ານຈົ່ ງວາງໃຈ ແລະ ຕອບແບບສອບຖາມຂອງພວກເຮົ າດ້ ວຍຄວາມຕົ ງໄປ-ຕົ ງ ມາດ້ ວຍ.
- Enseignant: johnson SANAVONGKHAMSAO