avatars-000621534993-bk8c88-t500x500.jpgavatars-000621534993-bk8c88-t500x500.jpg

ເມື່ອສີ້ນສຸດການຮຽນການສອນແລ້ວນັກສຶກສາສາມາດອະທິບາຍສາເຫດພະຍາດທີ່ເກີດມາຈາກການຮັບປະທານອາຫານທີ່ບໍ່ມີຄວາມປອດໄພສົ່ງຜົນໃຫ້ເປັນພະຍາດທີ່ເກີດມາຈາກເຊື້ອຈຸລິນຊີທີ່ປົນເປື້ອນໃນອາຫານ (foodborne disease) ພະຍາດທີ່ເກີດມາຈາກອາຫານແບ່ງອອກເປັນ 2 ລັກຊະນະ ໄດ້ແກ່ພະຍາດອາຫານເປັນພິດ (Fooborne intoxication) ແລະ ພະຍາດຕິດເຊື້ອມາຈາກອາຫານ (Foodborne infection), ອັນອັນຕະລາຍຈາກອາຫານເປັນຜິດເຊັ່ນອັນຕະລາຍທາງກາຍພາກ, ທາງເຄມີ ແລະ ທາງຊີວະວິທະຍາ, ຄວາມສຳຄັນໃນການຄວບຄຸມອາຫານໃຫ້ມີຄວາມປອດໄພເລີ່ມຕັ້ງແຕ່ຟາມເພາະປູກ ຈົນເຖີງຜູ້ບໍລິໂພກ, ບັນດາຫຼັກການຕ່າງໆທີ່ກ່ຽວຂ້ອງກັບຂະບວນການຜະລິດ ອາຫານໃຫ້ມີຄວາມປອດໄພ, ນະໂຍບາຍແຫ່ງຊາດວ່າດ້ວຍຄວາມປອດໄພຂອງອາຫານ, ຮູ້ເຖີງນິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງອາຫານ ໃຫ້ມີຄວາມປອດ, ບັນດາຂັ້ນຕອນຕ່າງໆໃນການກວດກາອາຄານສະຖານທີ່ ຂອງຜູ້ປະກອບການອາຫານ ພ້ອມທັງຮູ້ຂັ້ນຕອນການກວດກາອາຫານນຳເຂົ້າ-ສົ່ງອອກ ແລະ ວິທີເກັບຕົວຢ່າງເພື່ອສົ່ງກວດວິໄຈຢືນຢັນຕາມຫຼັກການວິທະຍາສາດ ພ້ອມນີ້ຍັງໃຫ້ນັກສຶກສາເຫັນໄດ້ຕົວຈິງຂອງສາຍໄຍການຜະລິດອາຫານທີ່ໄດ້ມາດຕະຖານຢູ່ໂຮງງານຜະລິດອາຫານ.