ພາຍຫຼັງຮຽນຈົບວິຊານີ້ແລ້ວນັກສຶກສາຕ້ອງສາມາດ:
1. ຮູ້ຈັກ ແລະ ສາມາດອະທິບາຍໄດ້ລັກສະນະເດັ່ນໆ ແລະ ຄຸນປະໂຫຍດໃນການນຳມາໃຊ້ເປັນຢາພື້ນເມືອງ ແລະ ຢາແຜນປະຈຸບັນຂອງພືດ.
2. ເຂົ້າໃຈ ແລະ ສາມາດອະທິບາຍໄດ້ຫຼັກການຈັດຈຳແນກໝວດໝູ່ຂອງພືດຕາມລັກສະນະທີ່ກຳນົດ ໂດຍແບ່ງລັກສະນະຕາມ ຊັ້ນ (Class), ຄະນະ (Order) ແລະ ຄອບຄົວ (Family).
3. ສາມາດປຽບທຽບລັກສະນະທີ່ຄ້າຍຄືກັນ ຫຼື ແຕກຕ່າງກັນຂອງພືດຕາມ ຊັ້ນ (Class), ຄະນະ (Order) ແລະ ຄອບຄົວ (Family).
4. ສາມາດຍົກຕົວຢ່າງພືດທີ່ເປັນປະໂຫຍດໃນຢາພື້ນເມືອງ ແລະ ຢາແຜນປະຈຸບັນພ້ອມທັງ ຊື່ທົ່ວໄປ, ຊື່ວິທະຍາສາດ ແລະ ຄອບຄົວ.
5. ນຳໃຊ້ນິຍາມຄຳສັບຂອງພືດພາກສ່ວນຕ່າງໆຈຳແນກພັນພືດ
6. ບອກຊື່ຝຸ່ນພືດແຫ້ງ ແລະ ເນື້ອເຍື່ອຕ່າງໆ ແຕ່ລະຊະນິດທີ່ຜ່ານການກວດສອບທາງຈຸລະທັດ.
7. ເພື່ອໃຫ້ນັກສຶກສາມີທັດສະນະຄະຕິທີ່ດີຕໍ່ຢາພື້ນເມືອງລາວໃນການໃຊ້ປິ່ນປົວພະຍາດຕ່າງໆ.
- Enseignant: Bounmy Sinaphet

ພາຍຫຼັງສີ້ນສຸດການຮຽນວິຊານີ້ແລ້ວ, ນັກສຶກສາຕ້ອງສາມາດ:
· ອະທິບາຍບັນດາຫຼັກການເບື້ອງຕົ້ນທາງດ້ານເພສັຊເສດຖະສາດເຂົ້າໃນວຽກງານການແພດແລະ ສາທາລະນະສຸກ.
· ອະທິບາຍໄດ້ເຖິງການນຳໃຊ້ການຄິດໄລ່ທາງເສດຖະສາດເຂົ້າໃນການປະຍຸກໃຊ້ໃນທາງດ້ານເພສັຊກັມໃນການຄັດເລືອກຢາ
- Enseignant: Sounantha SRITHIRATH